
ອົງການຄວາມໂປ່ງໃສສາກົນ ເປີດເຜີຍດັດຊະນີ ການສໍ້ລາດບັງຫຼວງ ເມື່ອໄວໆມານີ້
ລາຍງານຂອງອົງການຄວາມໂປ່ງໃສສາກົນຫຼື Transparency International ທີ່ໄດ້ທຳການສຳຫຼວດຢູ່ໃນ 180 ປະເທດ ປະຈຳປີ 2021 ພົບວ່າ ການສໍ້ລາດບັງຫຼວງຍັງດຳເນີນຢູ່ຕໍ່ໄປໃນທົ່ວໂລກ. ປັດຈຸບັນນີ້ ແມ່ນຢູ່ໃນຂອບເຂດທີ່ກວ້າງຂວາງ ແລະກໍມີຄວາມແຕກຕ່າງກັນໄປ ຈາກປະເທດນຶ່ງ ໄປຫາອີກປະເທດນຶ່ງ. ດັດຊະນີຄວາມຮູ້ໃນການສຳຫຼວດກ່ຽວກັບການສໍ້ລາດບັງຫຼວງ ຫຼື CPI ຂອງປີທີ່ຜ່ານມາສະແດງໃຫ້ເຫັນວ່າບໍ່ມີການປ່ຽນແປງຫຍັງຫຼາຍສຳຫຼາຍໆປະເທດ ແຕ່ ສປປ ລາວ ແມ່ນດີຂຶ້ນຫົກອັນດັບ ຈາກອັນດັບທີ 134 ໃນປີ 2020 ມາຕິດອັນດັບ ທີ 128 ໃນປີ 2021 ໃນການສຳຫຼວດ ທີ່ມີທັງໝົດ 180 ປະເທດແລະດິນແດນຕ່າງໆ.
ດຣ. ຣິຊາດ ໄຊສົມມອນ ປະທານອົງການລາວໂຮມລາວເພື່ອປະຊາທິປະໄຕໄດ້ ໃຫ້ທັດສະນະກ່ຽວກັບເລື້ອງການສໍ້ລາດບັງຫຼວງວ່າ:
https://lao.voanews.com/a/6432864.html? ... EeMjL4JJlM